ຄາລາວານ “Toyota Always with you 2017”
17 March 2017ຄາລາວານ “Toyota Always with you” ພິສູດປະສິດທິພາບຂອງ Hilux Revo ເດີນທາງຜ່ານ 5 ປະເທດ ໄດ້ແກ່ ປະເທດໄທ , ປະເທດມຽນມາ, ປະເທດ ກໍາປູເຈຍ, ປະເທດ ຫວຽດນາມ ແລະ ປະເທດ ລາວ ເປັນໄລຍະທາງທັງໝົດ 9,262 ກມ.
ຄະນະຄາລາວານເລີ່ມເດີນທາງແຕ່ ວັນທີ 1 ກຸມພາ 2017 ທີ່ ປະເທດໄທເດີນທາງຂຶ້ນທາງເໜືອຜ່ານ ແມ່ສອດ ເຂົ້າສູ່ຢາງກຸ້ງ ປະເທດ ມຽນມາ ຈາກນັ້ນກັບເຂົ້າສູ່ປະເທດໄທ ອີກຄັ້ງ ເພື່ອເດີນທາງໄປຕໍ່ ສຽມລຽບ ພະນົມເປັນ ປະເທດ ກໍາປູເຈຍ ແລະ ເມື່ອອາທິດ ທີຜ່ານມາ ຄະນະຄາລາວານໃຊ້ເວລາເດີນທາງ ຈາກໂຮຈີມິນ ເຖິງ ຮ່າໂນຍເປັນເວລາ 8 ວັນ ແລະ ໄດ້ເຂົ້າສູ່ ແຂວງ ອຸດົມໄຊ ,ແຂວງ ຫຼວງພະບາງ ໃນວັນທີ 14 ມີນາ 2017 ເດີນທາງຊົມທິວທັດ ແລະ ຄວາມສວຍງາມ ຂອງເມືອງມໍລະດົກໂລກ ແລະ ເຖິງນະຄອນຫຼວງວຽງຈັນ ວັນທີ 16 ມີນາ 2017 ນີ້ ທ່ານສາມາດສໍາພັດປະສົບການ ການເດີນທາງຄັ້ງນີ້ໄດ້ດ້ວຍຕົວທ່ານເອງທີ່ https: //www.facebook.com/toyotaalwayswithyou/ ແລະ www.toyota.com.la