Toyota CSR (ຄວາມຮັບຜິດຊອບທາງສັງຄົມຂອງບໍລິສັດ)
ບໍລິສັດໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ໄດ້ດຳເນີນທຸລະກິດໃນ ສປປ ລາວ ເຊິ່ງບໍ່ພຽງແຕ່ມຸ້ງໝັ້ນພັດທະນາເຕັກໂນໂລຢີຍານພາຫະນະທີ່ມີຄຸນນະພາບເທົ່ານັ້ນ ໂຕໂຍຕ້າຍັງໄດ້ດຳເນີນກິດຈະກຳເພື່ອຕອບແທນສັງຄົມຂອງ ສປປ ລາວ ໃນທຸກໆດ້ານມາຢ່າງຕໍ່ເນື່ອງ ພາຍໃຕ້ຫລັກຈະລິຍະທຳ ແລະການຈັດການທີ່ດີ ລວມໄປຮອດການຮັບຜິດຊອບສັງຄົມແລະສິ່ງແວດລ້ອມໃນລະດັບໄກແລະໃກ້ ອັນນຳໄປສູ່ການພັດທະນາທີ່ຍືນຍາວ ທັງນີ້ໂຕໂຍຕ້າຍັງມີນະໂຍບາຍຫລັກໃນການເຮັດກິດຈະກຳເພື່ອສັງຄົມເຊັ່ນ: ສົ່ງເສີມຄຸນນະພາບຊີວິດຂອງຊຸມຊົນ ສົ່ງເສີມກິດຈະກຳດ້ານກິລາ ແລະໂດຍສະເພາະການສະໜັບສະໜູນດ້ານການສຶກສາພາຍໃຕ້ “ໂຄງການໂຕໂຍຕ້າ ໃຈດີໃຫ້ນ້ອງ” ເຊິ່ງໄດ້ດຳເນີນການຕັ້ງແຕ່ປີ 2010 ໂດຍໂຕໂຍຕ້າໄດ້ເຮັດການສົ່ງເສີມການສຶກສາໃນທຸກລະດັບຊັ້ນ ໂດຍມຸ້ງຫວັງໃນການພັດທະນາປະສິດຕິພາບ ແລະຄວາມຮູ້ຂອງເຍົາວະຊົນໃນສປປ ລາວ ໃຫ້ກ້າວໄກຍິ່ງຂຶ້ນ ເພາະເຮົາເລັ່ງເຫັນວ່າຮາກຖານສຳຄັນໃນການພັດທະນາປະເທດໃຫ້ມີຂີດຄວາມສາມາດເທົ່າທຽມກັບນາໆປະເທດນັ້ນຄືການສຶກສາ ລວມໄປຮອດຄວາມປອດໄພໃນການໃຊ້ລົດໃຊ້ຖະໜົນພາຍໃຕ້ ”ໂຄງການຖະໜົນສີຂາວ” ໂດຍມີວັດຖຸປະສົງເພື່ອກະຕຸ້ນແລະປູກຝັງຈິດສຳນຶກຂອງຜູ້ໃຊ້ລົດໃຊ້ຖະໜົນ ລວມຮອດເຍົາວະຊົນ ຄຳນຶງເຖິງຄວາມປອດໄພ ຮູ້ຮັກສາກົດ ແລະວິໄນໃນການຈາລະຈອນ ຕະຫລອດຈົນຄວາມມີນ້ຳໃຈເທິງທ້ອງຖະໜົນ