Toyota Dream Car Art Contest 2018 ຫຼື ໂຄງການປະກວດແຕ້ມຮູບໃນຫົວຂໍ້ “ລົດໂຕໂຢຕ້າ ໃນຝັນຂອງຂ້ອຍ”
ກໍ່ໄດ້ຮູ້ຜົນ ຜູ້ຊະນະເປັນທີ່ຮຽບຮ້ອຍແລ້ວ ໂດຍທາງໂຕໂຢຕ້າ ໄດ້ຈັດພິທີມອບລາງວັນ ຂື້ນໃນ ວັນທີ 6 ມີນາ 2018 ທີ່ ໂຮງແຮມລາວພາຊາ ໂດຍໄດ້ຮັບກຽດຈາກ ທ່ານ ຮສ ປອ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນິກອນ ປະເສີດສົມ ປະທານບໍລິຫານຝ່າຍປະຕິບັດການສຳນັກງານເຂດພູມິພາກແມ່ນໍ້າຂອງ ບໍລິສັດ ໂຕໂຢຕ້າ ມໍເຕີ້ ປະເທດໄທ ຈຳກັດ ມາເປັນປະທານໃນພິທີ ພ້ອມກັບເປັນຜູ້ມອບລາງວັນໃຫ້ ແກ່ຜູ້ຊະນະ ຮ່ວມມູນຄ່າລາງວັນທັງໝົດກວ່າ 130 ລ້ານກີ�� ນອກຈາກນີ້ ເຍົາວະຊົນຜູ້ຊະນະເລີດອັນດັບ 1 ຈະໄດ້ຮັບລາງວັນພິເສດ “ແພັກເກັດທັດສະນະສຶກສາທີ່ກຸງເທບ ພ້ອມຜູ້ປົກຄອງ 1 ທ່ານ ເປັນເວລາ 2 ມື້ 1 ຄືນ” ອີກດ້ວຍ.
ສຳລັບຜູ້ຊະນະການປະກວດແຕ້ມຮູບຈາກທົ່ວປະເທດມີລາຍຊື່ ດັ່ງຕໍ່ໄປນີ້:
1. ລຸ້ນອາຍຸ ຕ່ຳກວ່າ 8 ປີ
ລາງວັນຊະນະເລີດອັນດັບ 1 ທ້າວ ຈິດຕະກອນ ໂພທິສານ ອາຍຸ 7 ປີ
ລາງວັນຊະນະເລີດອັນດັບ 2 ທ້າວ ສົມສະຫວາດ ວົງສະຜ່າຍ ອາຍຸ 7 ປີ
ລາງວັນຊະນະເລີດອັນດັບ 3 ທ້າວ ລິກກິ້ ແກ້ວວົງສາ ອາຍຸ 7 ປີ
ລາງວັນຊົມເຊີຍ ນາງ ທິດາສະຫວັນ ດາລາສານ ອາຍຸ 7 ປີ
ລາງວັນຊົມເຊີຍ ທ້າວ ທໍາມະສັກ ບັນດິດ ອາຍຸ 7 ປີ
2. ລຸ້ນອາຍຸ 8 -11 ປີ
ລາງວັນຊະນະເລີດອັນດັບ 1 ເພັດດາວັນ ພົງສະຫວ່າງ ອາຍຸ 10 ປີ
ລາງວັນຊະນະເລີດອັນດັບ 2 ທ້າວ ຊະນະສິນ ໂພທິສານ ອາຍຸ 10 ປີ
ລາງວັນຊະນະເລີດອັນດັບ 3 ນາງ ດວງທິບ ອິນສີຊຽງໃໝ່ ອາຍຸ 9 ປີ
ລາງວັນຊົມເຊີຍ ນາງ ປາລາມີ ອິນເມືອງໄຊ ອາຍຸ 8 ປີ
ລາງວັນຊົມເຊີຍ ທ້າວ ນະຄອນໄຊ ສີລາປານີ ອາຍຸ 10 ປີ
3. ລຸ້ນອາຍຸ 12 - 15 ປີ
ລາງວັນຊະນະເລີດອັນດັບ 1 ທ້າວ ຄໍາພູ ສີຫາລາດ ອາຍຸ 12 ປີ
ລາງວັນຊະນະເລີດອັນດັບ 2 ນາງ ສຸກສະຫວັນ ມານີວົງໄຊ ອາຍຸ 14 ປີ
ລາງວັນຊະນະເລີດອັນດັບ 3 ນາງ ສີລິວັນ ວັນມະນີວົງ ອາຍຸ 13 ປີ
ລາງວັນຊົມເຊີຍ ທ້າວ ຫຼ້າສຸດໃຈ ສິທິຮັກປັນຍາ ອາຍຸ 14 ປີ
ລາງວັນຊົມເຊີຍ ທ້າວ ອະພິສິດ ມະໂນທໍາ ອາຍຸ 13 ປີ
ຜົນງານຂອງຜູ້ທີ່ໄດ້ຮັບລາງວັນຊະນະເລີດອັນດັບທີ 1, 2, 3 ໃນແຕ່ລະປະເພດອາຍຸ ໄດ້ຖືກສົ່ງເຂົ້າຮ່ວມປະກວດ ໃນລະດັບໂລກທີ່ປະເທດຢີ່ປຸ່ນ ຊຶ່ງຈະໄດ້ປະກາດລາງວັນໃນເດືອນ ມິຖຸນາ 2018 ນີ້້. ກໍ່ຂໍເປັນກໍາລັງໃຈໃຫ້ນ້ອງໆ ໃຫ້ໄດ້ຊະນະໃນລະດັບສາກົນ ເພື່ອສ້າງຊື່ສຽງໃຫ້ກັບ ສປປ ລາວ ອີກຄັ້ງ.