ຄອນເສີດການກຸສົນໂຕໂຍຕ້າ ຄາສສິກ
04/11/2015ໃນວັນທີ 29 ກັນຍາ 2015 ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ຮ່ວມກັບຕົວແທນ ຈຳໜ່າຍໂຕໂຍຕ້າຢ່າງເປັນທາງການໃນ ສປປ ລາວ ໄດ້ຈັດງານຖະແຫລງຂ່າວຄອນເສີດການກຸສົນ ໂຕໂຍຕ້າ ຄາສສິກ ຄັ້ງທຳອິດໃນ ສປປ ລາວ ໂດຍໄດ້ຮັບກຽດເຂົ້າຮ່ວມຈາກຜູ້ບໍລິຫານລະດັບສູງຂອງໂຕໂຍຕ້າ ໄດ້ແກ່ ທ່ານປະກອນ ວົງວິທະຍາພິຣົມ ປະທານຝ່າຍປະຕິບັດການສຳນັກງານພູມິພາກແມ່ນ້ຳຂອງ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ແລະຜູ້ບໍລິຫານລະດັບສູງຂອງ ບໍລິສັດ ໂຕໂຍຕ້າບໍລິການ ຈຳກັດ, ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດ, ບໍລິສັດ ໂຕໂຍຕ້າ ລາວສະຫວັນ ຈຳກັດ, ບໍລິສັດໂຕໂຍຕ້າ ຈຳປາ ຈຳກັດ, ບໍລິສັດ ໂຕໂຍຕ້າ ພາກໃຕ້ ຈຳກັດ ແລະ ບໍລິສັດ ໂຕໂຍຕ້າ ເມືອງຫລວງຈຳກັດ ນອກຈາກນີ້ຍັງໄດ້ຮັບກຽດຈາກ ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວວັດທະນາທຳ ແລະທ່ອງທ່ຽວ, ທ່ານ ຄຳພວງ ອິນທະລັງສີ ຫົວໜ້າກົມສິນລະປະການສະແດງ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ສານມວນຊົນ ແລະ ທ່ານມະນີພອນ ຫລວງສີສົງຄາມ ຮອງຫົວໜ້າກົມຮ່ວມມືສາກົນ ກໍ່ໄດ້ເຂົ້າຮ່ວມງານດັ່ງກ່າວ
ຄອນເສີດການກຸສົນໂຕໂຍຕ້າ ຄາສສິກ ຈັດຂຶ້ນເພື່ອໃຫ້ດົນຕີມີສ່ວນໃນການສ້າງຄວາມສຸກ ແລະສ້າງສັນຮອຍຍິ້ມສູ່ສັງຄົມໃນ ສປປ.ລາວ ຜ່ານວົງ ບູດາເປສ ໂອເປເຣດຕາ ແລະມິວສິກໂຄເທຍເຕີ້ ຈາກປະເທດຮັງກາລີ ເຊິ່ງເປັນວົງດົນຕີລະດັບໂລກໂດຍລາຍໄດ້ຈາກການຈຳໜ່າຍບັດ ບໍ່ຫັກຄ່າໃຊ້ຈ່າຍເພື່ອສະໜັບສະໜູນກິດຈະກຳດົນຕີໃນ ສປປ.ລາວ ເຊິ່ງການສະແດງຄອນເສີດຄັ້ງນີ້ຢູ່ພາຍໃຕ້ການອຳນວຍເພັງຂອງມາເອສໂຕຣ Laszlo Maklary ຜູ້ຊະນະລາງວັນ Artisjus ແລະສິນລະປິນຊົງກຽດໃຫ້ຮັງກາລີ (Honored Artist of Hungary) ທີ່ໂຮງແຮມລາວພາຊາ, ນະຄອນຫລວງວຽງຈັນ ສປປ ລາວ
ຈາກການດຳເນີນທຸລະກິດໃນ ສປປ ລາວ ເປັນເວລາດົນ ໂຕໂຍຕ້າ ຫວັງທີ່ຈະມີສ່ວນຮ່ວມ ສະໜັບສະໜູນການພັດທະນາປະເທດ ແລະບຸກຄະລາກອນຂອງລາວໂດຍບໍ່ພຽງຜ່ານແຕ່ເລື່ອງລົດຍົນທີ່ມີປະສິດຕິພາບທີ່ດີຂຶ້ນເທົ່ານັ້ນ ແຕ່ຍັງຜ່ານໂຄງການຄວາມຮັບຜິດຊອບຕໍ່ສັງຄົມ ດັ່ງນັ້ນທາງບໍລິສັດຈຶ່ງເລັງເຫັນວ່າ: ໂຕໂຍຕ້າ ຄາສສິກ ເປັນອີກໜຶ່ງວິທີໃນການຕອບແທນຄົນໃນ ສປປ ລາວ ໂຕໂຍຕ້າມີຄວາມມຸ້ງໝັ້ນ ຮ່ວມເປັນສ່ວນໜຶ່ງໃນການສ້າງຄວາມສຸກ ແລະຮອຍຍິ້ມ ສູ່ສັງຄົມໃນ ສປປ ລາວ ພາຍໃຕ້ສະໂລແກນ “ໂຕໂຍຕ້າ ໄປໃສໄປນຳກັນ” ດ້ວຍການເປັນອົງກອນທີ່ດີ ມີຈິດສຳນຶກຮັບຜິດຊອບ ແລະຮ່ວມພັດທະນາສັງຄົມຂອງ ສປປ ລາວ ໂດຍໜຶ່ງໃນຄວາມມຸ້ງໝັ້ນ ແລະຕັ້ງໃຈຂອງໂຕໂຍຕ້າ ຄືການສະໜັບສະໜູນທາງດ້ານການສຶກສາ ແລະຍົກລະດັບຄຸນນະພາບຊີວິດ ໃຫ້ແກ່ຜູ້ຂາດແຄນໂອກາດ ເຊິ່ງໃນປີນີ້ ບໍລິສັດໄດ້ນຳຄອນເສີດການກຸສົນ ໂຕໂຍຕ້າ ຄາສສິກ ມາຈັດສະແດງໃນ ສປປ ລາວ ໂດຍມີວັດຖຸປະສົງເພື່ອສົ່ງເສີມໃຫ້ປະຊາຊົນໃນ ສປປ ລາວ ມີໂອກາດຮັບຊົມແລະຮັບຟັງການສະແດງຂອງວົງດົນຕີລະດັບໂລກ ກໍໃຫ້ເກີດການມີສ່ວນຮ່ວມຂອງຄົນໃນ ສປປ ລາວ ໃນການຊື້ບັດຊົມຄອນເສີດການກຸສົນເພື່ອສົມທົບທຶນ ລາຍໄດ້ຈາກການຈຳໜ່າຍບັດໂດຍບໍ່ຫັກຄ່າໃຊ້ຈ່າຍ ເພື່ອສະໜັບສະໜູນກິດຈະກຳດີໆໃນ ສປປ ລາວ
ການສະແດງຄອນເສີດ ໂຕໂຍຕ້າ ຄາສສິກຄັ້ງນີ້ ໂດຍ ວົງບູດາເປສ ໂອເປເຣດຕ້າ ແລະມິວສິກໂຄເທຍເຕີ້ ນຳໂດຍຜູ້ອຳນວຍເພງມາເອສໂຕຣ Laszlo Maklary ຜູ້ຊະນະລາງວັນ Artisjus ແລະສິນລະປິນຊົງກຽດໃຫ້ຮັງກາລີ (Honored Artist of Hungary) ຮ່ວມກັບສິນລະປິນຂັບຮ້ອງຫລັກໄດ້ແກ່ Anita Lukács, Zsolt Vadász Gergely Boncsér, Mónika Fischl, Szilvi Szendy ແລະ Dávid Szabó ເຊິ່ງໄດ້ຈັດສະແດງໃນຫລາຍປະເທດທັງໃນທະວີບຢູໂຣບ ແລະເອເຊຍ ໃນປີ 2011 ວົງສາມາດເອົາຊະນະຄະນະລະຄອນລະດັບໂລກອື່ນໆ ແລະຊິງເອົາສິດໃນການສະແດງ ລະຄອນເພງ “ໂສມງາມ ກັບເຈົ້າຊາຍອາສູນ” ໃນປະເທດທີ່ເວົ້າພາສາເຢຍລະມັນ ແຖມຍັງໄດ້ຮັບລາງວັນອັນຊົງກຽດ ຊຸບເປີແບຣນ (Super Brand) ໃນສາຂາວົງດີເດັ່ນຕິດຕໍ່ກັນ 3ປີຊ້ອນທີ່ຜ່ານມາ
ວົງບູດາເປສ ໂອເປເຣດຕາ ແລະມິວສິກໂຄເທຍເຕີ້ ຈະສະແດງຜົນງານປະສົມປະສານທັງຈາກຝັ່ງລະຄອນເພງ ແລະ ໂອເປເຣດຕາ ເຊິ່ງເລືອກຄັດສັນ ບົດປະພັນຈາກລະຄອນເພງ ທີ່ໄດ້ຮັບຄວາມນິຍົມຈາກຜູ້ຊົມເຊັ່ນ: “ເວສທ໌ ໄຊດ໌ ສຕໍຣີ” ແລະ “ແຟນທ່ອມ ອັອຟ ດິ ໂອເປຣ່າ” ສ່ວນຜົນງານ ໂອເປເຣດຕານັ້ນ ເລືອກສັນມາຈາກ “ເດິ ແບທ” ໂດຍໂຍຮັນ ສເຕົຣາທ໌ ທີ່ 2 “ຢິບຊີ ເລີບຟ” “ເດິ ແລນດ໌ ອອຟ ສໄມລ໌” ແລະ “ເດິ ເມີຣີ່ ວິໂດ” ໂດຍ ຟຣານຊ໌ ເລຮາຣ໌ “ເດິ ເຄົາທ໌ເລສ ມາຣິທຊ່າ” ແລະ “ເດິ ຢິບຊີ ພຣິສເຊສ” ໂດຍເອມເມີຣິຊ ຄາລໃນ ຍິ່ງໄປກວ່ານັ້ນ ໃນບາງປະເທດຈະມີການສະແດງຈາກສິນລະປິນທ້ອງຖິ່ນຮ່ວມດ້ວຍ
ຄອນເສີດການກຸສົນ ໂຕໂຍຕ້າ ຄາສສິກ ຈັດຄັ້ງທຳອິດໃນປີ ຄ.ສ 1990 ດ້ວຍເຈດຕະນາລົມຂອງໂຕໂຍຕ້າໃນການເຜີຍແຜ່ວັດທະນາທຳດົນຕີຄາສສິກອັນເປັນສິນລະປະທາງດົນຕີຊັ້ນສູງໃຫ້ແກ່ປະເທດໃນພູມິພາກເອເຊຍ ນຳສະເໜີການສະແດງຈາກວົງດົນຕີລະດັບໂລກ ສົ່ງເສີມໃຫ້ປະຊາຊົນເກີດຄວາມປະທັບໃຈ ແລະ ມ່ວນໄປນຳການຟັງດົນຕີຄາສສິກ ລວມເຖິງການນຳລາຍໄດ້ຈາກການຈຳໜ່າຍບັດມອບໃຫ້ແກ່ອົງກອນສາທາລະນະກຸສົນ ໂດຍຈັດສະແດງມາແລ້ວທັງໝົດບໍ່ຕ່ຳກວ່າ 184ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງຄອນເສີດທັງໝົດຫລາຍກ່ວາ 2ແສນຄົນ ໃນປະເທດແຖບເອເຊຍໄດ້ແກ່ ປະເທດສິງກະໂປ ມາເລເຊຍ ບລູໄນ ອິນໂດເນເຊຍ ໄຕ້ຫວັນ ຟິລິປິນ ຮ່ອງກົງ ຫວຽດນາມ ເກົາຫລີໃຕ້ ຈີນ ອິນເດຍ ແລະໄທ
ໃນປີນີ້ຄອນເສີດການກຸສົນ ໂຕໂຍຕ້າຄາສສິກ ຈັດການສະແດງທັງໝົດ 7ປະເທດ ໃນພູມິພາກເອເຊຍໄດ້ແກ່: ບລູໄນ ກຳປູເຈຍ ມາເລເຊຍ ໄທ ຟິລິປິນ ຫວຽດນາມ ແລະ ສປປ ລາວ
ທ່ານ ປະກອນ ວົງວິທະຍາພິຣົມ ປະທານຝ່າຍປະຕິບັດການສຳນັກເຂດພູມິພາກແມ່ນ້ຳຂອງ ໄດ້ກ່າວປິດທ້າຍວ່າ “ສຳລັບເຫດຜົນທີ່ເຮົາເລືອກຈະຈັດຄອນເສີດ ໂຕໂຍຕ້າ ຄາສສິກທີ່ ສປປ ລາວ ໃນປີນີ້ເຮົາມີໂອກາດພິເສດທີ່ສຳຄັນຄືການສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60ປີ ແລະ ສະເຫລີມສະຫລອງວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 40ປີ ໂດຍມີວັດຖຸປະສົງເພື່ອໃຊ້ດົນຕີຄາສສິກເປັນພະລັງຂັບເຄື່ອນຄວາມສຸກສູ່ສັງຄົມ ອີກທັງຍັງເປັນການສົ່ງເສີມໃຫ້ປະຊາຊົນໄດ້ມີໂອກາດຮັບຊົມແລະຮັບຟັງການສະແດງຂອງວົງດຸລິຍານລະດັບໂລກອີກດ້ວຍ ສຳລັບຜູ້ທີ່ສົນໃຈ ແລະຢາກຮ່ວມສົມທົບທຶນ ສາມາດຕິດຕໍ່ຊື້ບັດໄດ້ທີ່ຕົວແທນຈຳໜ່າຍໂຕໂຍຕ້າຢ່າງເປັນທາງການທົ່ວປະເທດ ໂດຍລາຄາບັດຈະແບ່ງອອກເປັນລາຄາ 125,000ກີບ, 200,000ກີບ, 250,000ກີບ ທັງນີ້ລາຍໄດ້ທັງໝົດບໍ່ຫັກຄ່າໃຊ້ຈ່າຍຈະມອບເພື່ອສະໜັບສະໜູນກິດຈະກຳດົນຕີໃນ ສປປ ລາວຕໍ່ໄປ ຂ້ອຍຫວັງເປັນຢ່າງຍິ່ງວ່າ ການຈັດຄອນເສີດການກຸສົນ ໂຕໂຍຕ້າຄາສສິກໃນຄັ້ງນີ້ ຈະເປັນການສົ່ງມອບຄວາມສຸກສູ່ສັງຄົມຂອງ ສປປ ລາວ ຈາກດົນຕີຄາສສິກ ເປັນການສ້າງຮອຍຍິ້ມໃຫ້ເກີດຂຶ້ນກັບປະຊາຊົນໃນ ສປປ ລາວ”.