ບໍລິສັດໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ຮ່ວມກັບ ບໍລິສັດ ໂຕໂຍຕ້າ ມໍເຕີ້ ເອເຊຍ ປາຊີຟິກ ຈຳກັດ ແລະ ຕົວແທນຈຳໜ່າຍໂຕໂຍຕ້າໃນສປປ.ລາວ ໄດ້ຈັດ ຄອນເສີດການກຸສົນ ໂຕໂຍຕ້າ ຄາສສິກ 2016 ໃນວັນທີ 31 ຕຸລາ 2016 ທີ່ ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ.
ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ຮ່ວມກັບ ບໍລິສັດ ໂຕໂຍຕ້າ ມໍເຕີ ເອເຊຍ
ປາຊີຟິກ ແລະ ຕົວແທນຈຳໜ່າຍໂຕໂຍຕ້າໃນສປປ.ລາວ ໄດ້ຈັດງານຄອນເສີດການກຸສົນ
ໂຕໂຍຕ້າ ຄາສສິກ ຂຶ້ນອີກຄັ້ງໃນສປປ.ລາວ ໃນວັນທີ 31 ຕຸລາ 2016 ເວລາ 19.00-20.30ໂມງ ທີ່ ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍໄດ້ຮັບກຽດທ່ານ ສຈ.ດຣ. ບໍ່ແສງຄຳ
ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານກິຕິມະສັກ ພ້ອມດ້ວຍບັນດາທ່ານລັດຖະມົນຕີວ່າການ, ເຈົ້າຄອງນະຄອນຫລວງວຽງຈັນ, ຮອງລັດຖະມົນຕີວ່າການ, ພັນລະຍາການນໍາ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາສປປ.ລາວ, ທ່ານ ທັດສຶໂລ່ ທາຄາມິ ກໍາມະການຜູ້ຈັດການໃຫຍ່ ບໍລິສັດ ໂຕໂຍຕ້າ ມໍເຕີ້ ເອ��ຊຍ ປາຊີຟິກ ເອັນຈິເນຍລິ່ງ ແອນ ແມນູເຟດເຈີລິ່ງ ,ຜູ້ບໍລິຫານລະດັບສູງຈາກ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈໍາກັດ ແລະ ຕົວແທນຈໍາຫນ່າຍໂຕໂຍຕ້າ ຢ່າງເປັນທາງການໃນສປປ.ລາວ ອີກທັງ��ັງມີແຂກຜູ້ມີກຽດເຂົ້າຮ່ວມຊົມການສະແດງຢ່າງໜາແໜ້ນ.
ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈໍາກັດ ໄດ້ມອບລາຍໄດ້ຈາກການຈັດງານ Toyota Classics Charity Concert 2016 ເປັນຈໍານວນ 230.000.000 ກີບ ໃຫ້ແກ່ກະຊວງຖະແຫລງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ເພື່ອສະຫນັບສະຫນູນໂຮງຮຽນດົນຕີໃນສປປ.ລາວ.
ໂຕໂຍຕ້າມີຄວາມມຸ່ງຫມັ້ນຮ່ວມເປັນສ່ວນຫນຶ່ງໃນການສ້າງຄວາມສຸກ ແລະ ຮອຍຍິ້ມສູ່ສັງຄົມ ໃນສປປ.ລາວ ພາຍໃຕ້ນະໂຍບາຍ “ໂຕໂຍຕ້າ ໄປໃສໄປນໍາກັນ” ດ້ວຍການເປັນອົງການຈັດຕັ້ງທີ່ດີມີຈິດສຳນຶກຮັບຜິດຊອບ ແລະ ຮ່ວມພັດທະນາສັງຄົມລາວ ໂດຍເຫນັ່ງໃນຄວາມຫມຸ່ງຫມັ້ນ ແລະ ຕັ້ງໃຈຂອງໂຕໂຍຕ້າຄື ການສະຫນັບສະຫນູນທາງດ້ານການສຶກສາ ແລະ ຍົກລະດັບຊີວິດໃຫ້ແກ່ຜູ້ຂາດແຄນໂອກາດເຊິ່ງ ບໍລິສັດ ໄດ້ນໍາຄອນເສີດການກຸສົນ ໂຕໂຍຕ້າ ຄາສສິກ ມາຈັດສະແດງໃນສປປ.ລາວ ໂດຍມີວັດຖຸປະສົງເພື່ອສົ່ງເສີມໃຫ້ປະຊາຊົນລາວ ມີໂອກາດຮັບຟັງການສະແດງຂອງວົງດົນຕີລະດັບໂລກ ນອກຈາກນີ້ ໂຕໂຍຕ້າ ຍັງໄດ້ເຊີນນັກຮຽນໂຮງຮຽນສິລະປະແຫ່ງຊາດເຂົ້າຮ່ວມຊົມຄອນເສີດໃນວັນດັ່ງກ່າວຟຣີເພື່ອເປັນປະໂຫຍດກັບນ້ອງໆເຍົາວະຊົນອີກດ້ວຍ.
ຄອນເສີດການກຸສົນໂຕໂຍຕ້າ ຄາສສິກ ໃນປີນີ້ເປັນການສະແດງຄັ້ງທີ 27 ແລະ ນັບຕັ້ງແຕ່ເລີ່ມຈັດງານໃນປີ 1990 ຈົນມາຮອດປີ 2015 ຄອນເສີດການກຸສົນໂຕໂຍຕ້າ ຄາສສິກໄດ້ລະດົມທຶນລວມເປັນມູນຄ່າ 876 ລ້ານເຢັນ (ປະມານ 8.6 ລ້ານໂດລາສະຫາລັດ) ເພື່ອອົງກອນການກຸສົນໂຕໂຍຕ້າ ທ້ອງຖິ່ນທົ່ວພູມິພາກເອເຊຍ ແລະ ໃນປີນີ້ຄອນເສີດໂຕໂຍຕ້າ ຄາສສິກຈະຈັດການສະແດງທັງຫມົດ 8 ປະເທດ ໄດ້ແກ່: ບູໄນ, ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ສິງກະໂປ, ຟີລິປິນ ແລະ ຫວຽດນາມ ຕະຫລອດໄລຍະເດືອນຕຸລາ ແລະ ພະຈິກນີ້
ການສະແດງຄອນເສີດການກຸສົນ ໂຕໂຍຕ້າ ຄາສສິກ ໃນຄັ້ງນີ້ ໄດ້ຮັບກຽດຈາກວົງດຸລິຍາງບອລຕິກ ເນໂອໂພລິສ ຈາກປະເທດໂປແລນ ເຊິ່ງຈະມາເປີດການສະແດງເປັນຄັ້ງທຳອິດໃນເອເຊຍໂດຍຖ່າຍທອດຜ່ານ ວາສໂກ ວາສຊິເລບ ຜູ້ກໍາກັບສິລະປິນ ແລະ ນັກໄວໂອລິນ ຮ່ວມກັບການຮຽບຮຽງດົນຕີຂອງ ພາເມລ່າ ແທນ ນິໂຄສສັນ ນັກເປຍໂນ ແລະ ນັກປະພັນເພງຄົນສິງກະໂປ ເຊີ່ງການສະແດງໃນປີນີ້ໄດ້ກໍາເນີດການສ້າງທາງດົນຕີໃຫມ່ທີ່ເອີ້ນ “ຊິງໂຟນີ່” ຄືການທີ່ສະມາຊິກວົງດຸລິຍາງຈະສະແດງ ແລະ ຂັບຮ້ອງເພງຄີຕະກະວີທີ່ດີເດັ່ນ ເຊິ່ງມີທັງ ມາຕາມບັດເຕີ້ຟຣາຍ ແລະ ຕູຣັນໂດ ຂອງປຸບຊີນີ ລາ ທາວິອາທາຂອງແວດີ ແລະ ກາເມນຂອງບີແຊ ໂດຍການຮຽບຮຽງເປັນເລື່ອງລາວທີ່ປະທັບໃຈ ແລະ ສ້າງຄວາມຕື່ນຕາຕື່ນໃຈໃນການຮັບຊົມ ເຊິ່ງວົງດຸລິຍາງບອລຕິກ ເນໂອໂພລິສ ເປີດການສະແດງຢ່າງກວ້າງຂວາງໃນທະວີບເອີຣົບຕັ້ງແຕ່ປີ 2008 ແລະ ໄດ້ຮັບລາງວັນແກມມີ່ຂອງໂປແລນ ສຳຫຼັບອັລບັມດົນຕີທີ່ດີທີ່ສຸດໃນປີ 2015.
“ໂຕໂຍຕ້າ ຄາສສິກ ເປັນຫນຶ່ງໃນກວ່າ 200 ກິດຈະກໍາຄວາມຮັບຜິດຊອບທາງສັງຄົມຂອງໂຕໂຍຕ້າໃນພູມິພາກເອເຊຍ ທີ່ສ້າງຄວາມບັນເທີງໃຫ້ແກ່ຜູ້ຊົມທຸກເພດໄວ ໂດຍລະດົມທຶນເພື່ອສົມທົບແກ່ອົງການກຸສົນທ້ອງຖິ່ນ ຮ່ວມທັງສະຫນັບສະຫນູນນັກດົນຕີລຸ້ນເຍົາຜ່ານການຈັດການສະແດງ ແລະຫ້ອງຮຽນມາສເຕີ້ທີ່ສອນໂດຍນັກດົນຕີຈາກຄອນເສີດການກຸສົນ ໂຕໂຍຕ້າ ຄາສສິກ ພາຍໃຕ້ແນວຄິດ “ດົນຕີຂັບເຄື່ອນຊີວິດ” ໂດຍໂຕໂຍຕ້າ ຄາສສິກ ຕັ້ງໃຈທີ່ຈະເຂົ້າເຖິງຊີວິດຜູ້ຄົນທີ່ມາຮ່ວມຊົມການສະແດງຄອນເສີດລວມເຖິງຜູ້ທີ່ບໍ່ໄດ້ເຂົ້າຊົມ ທ່ານ ຮິໂຣຍູກິ ຟູກູອິ ປະທານບໍລິສັດ ໂຕໂຍຕ້າ ມໍເຕີ້ ເອເຊຍ ປາຊີຟິກ ຈໍາກັດກ່າວ.
ຂໍ້ມູນການກຸສົນໂຕໂຍຕ້າ ຄາສສິກ ແລະ ຕາຕະລາງການສະແດງ
ນັບແຕ່ເລີ່ມມີການຈັດງານສະແດງຄອນເສີດການກຸສົນໂຕໂຍຕ້າ ຄາສສິກ ໃນປີ 1990 ບັດໄດ້ຖືກຈຳໜ່າຍໝົດທຸກຮອບໃນທົ່ວພູມມິພາກເອເຊຍ ນອກຈາກນີ້ການສະແດງຄອນເສີດການກຸສົນໂຕໂຍຕ້າ ຄາສສິກ ຍັງຊ່ວຍສົ່ງເສີມດົນຕີ ຄາສສິກ ໃນພູມມິພາກເພື່ອສະໜັບສະໜູນຊຸມຊົນທ້ອງຖິ່ນນັ້ນໆ ເຊິ່ງກົງກັບພາລະກິດຂອງໂຕໂຍຕ້າໃນການຊ່ວຍເຫຼືອປະເທດທີ່ ໂຕໂຍຕ້າໄປດຳເນີນທຸລະກິດຢູ່ໃຫ້ມຸ່ງສູ່ການພັດທະນາຢ່າງໝັ້ນຄົງ ໂດຍລາຍໄດ້ຈາກການຈັດງານການສະແດງໄດ້ນຳໄປສະໜັບບສະໜູນໂຄງການສຳຄັນຫຼາຍໂຄງການຕາມແຕ່ລະທ້ອງຖິ່ນດັ່ງນີ້
ໂຄງການ |
ລາຍລະອຽດ |
ສ້າງຫໍປະຊຸມອະເນກປະສົງສຳຫຼັບຊຸມຊົນໃນປະເທດ ຟິລິບປິນ |
ໂຕໂຍຕ້າຮ່ວມກັບລັດຖະບານທ້ອງຖິ່ນສ້າງ ແລະ ຕົກແຕ່ງພາຍໃນພ້ອມໃຊ້ງານບົນພື້ນທີ່ຫໍປະຊຸມອະເນກປະສົງສຳຫຼັບກິດຈະກຳທ້ອງຖິ່ນໃນເມືອງໂຕໂຍຕ້າ ໝູ່ບ້ານຊານຕ້າ ໂຣຊ່າ ກາວາດ ຄາລິງກາ ໃນເມືອງຊານຕ້າ ໂຣຊ່າ ລາກູນ່າ ເພື່ອສະໜັບສະໜູນການພັດທະນາ ແລະ ຄວາມສາມາດໃນການຜະລິດຂອງ 160 ຄອບຄົວ |
ບໍລິຈາກໃຫ້ໂຮງໝໍໃນປະເທດກຳປູເຈຍ |
ໂຕໂຍໂຕ້າສະໜັບສະໜູນໂຮງໝໍ ທ່ານ ທ່າ ໂບພາ ຊ່ວຍຮັກສາໂດຍບໍ່ຄິດຄ່າໃຊ້ຈ່າຍ ແລະ ໃຫ້ທີ່ຢູ່ອາໄສແກ່ເດັກນ້ອຍດ້ອຍໂອກາດ |
ມອບທຶນການສຶກສາແກ່ເຍົາວະຊົນສັນຊາດຫວຽດນາມທີ່ມີພອນສະຫວັນທາງດ້ານດົນຕີຫວຽດນາມ |
ມອບທຶນການສຶກສາໃຫ້ແກ່ເດັກນ້ອຍນັກຮຽນດົນຕີທີ່ມີພອນສະຫວັນໂດຍສຶກສາຢູ່ໃນສະຖາບັນດົນຕີ ແລະ ສິລະປະການສະແດງທີ່ໃຫຍ່ທີ່ສຸດ 5 ອັນດັບທຳອິດຂອງປະເທດເພື່ອສະໜັບສະໜູນໃຫ້ເດັກນ້ອຍ ໄດ້ກາຍເປັນຜູ້ຫຼິ້ນດົນຕີມືອາຊີບໃນອານາຄົດ |
ເມືອງ ປະເທດ |
ວັນທີ |
ສະຖານທີ່ສະແດງ |
ບັນດານ ເສຣີ ເບກາວັນ ປະເທດບູໄນ | 22 ຕຸລາ (ວັນເສົາ) | ສູນສິລະປະ ໂຮງຮຽນນານາຊາດ ເຈຣູດົງ |
ມະນິລາ ປະເທດຟິລິບປິນ | 27 ຕຸລາ (ວັນພະຫັດ) | ໂຮງລະຄອນ ຣີສອດໂຊແລ |
ຈາກາຕ້າ ປະເທດອິນໂດເນເຊຍ | 29 ຕຸລາ (ວັນເສົາ) | ຫ້ອງສະແດງສິລະປະຊິປູຕຣາ |
ວຽງຈັນ ປະເທດລາວ | 31 ຕຸລາ (ວັນຈັນ) | ຫໍວັດທະນະທຳແຫ່ງຊາດລາວ |
ກົວລາ ລຳເປີ ປະເທດມະເລເຊຍ | 02 ພະຈິກ (ວັນພຸດ) | ເດວັນ ຟິລຮາໂມນິກ ເປໂຕຣນາສ ກັວລາລຳເປີ |
ສິງກະໂປ ປະເທດສິງກະໂປ | 04 ພະຈິກ (ວັນສຸກ) | ໂຮງລະຄອນແຄປີຕໍ |
ພະນົມເປັນ ປະເທດກຳປູເຈຍ | 06 ພະຈິກ (ວັນອາທິດ) | ໂຮງລະຄອນຈັກໂຕມຸກ |
ໂຮຈີ່ມິນ ປະເທດຫວຽດນາມ | 11 ພະຈິກ (ວັນສຸກ) | ໂຮງລະຄອນໂຮຈີ່ມິນ |