ໃນມື້ວັນທີ 24 ຕຸລາ 2014 ສະມາຄົມມິດຕະພາບໄທ-ລາວ, ລາວ-ໄທຮ່ວມກັບອົງການຈັດຕັ້ງທຸກພາກສ່ວນໃນເມືອງວັງວຽງໄດ້ມີຄວາມສາມັກຄີພ້ອມພຽງກັນຈັດກອງບຸນກະຖິ່ນສາມັກຄີພະລາດຊະທານຈາກເຈົ້າມະຫາຊີວິດແຫ່ງລາດຊະອານາຈັກໄທ ຂຶ້ນທີ່ວັດ ສີສຸມັງຄະຣະຣາມ ເມືອງວັງວຽງ ແຂວງວຽງຈັນ ໂອກາດນີ້ທາງ ບໍລິສັດ ໂຕໂຍຕ້າ ປະເທດໄທ ຈຳກັດ ພ້ອມດ້ວຍຕົວແທນຈຳໜ່າຍ ລົດໂຕໂຍຕ້າຢ່າງເປັນທາງການລວມມີ 8ແຫ່ງຄື : ໂຕໂຍຕ້າລາວທານີ, ລາວໂຕໂຍຕ້າບໍລິການ, ໂຕໂຍຕ້າລາວສະຫວັນ, ໂຕໂຍຕ້າຈຳປາ, ໂຕໂຍຕ້າເມືອງຫລວງ ແລະ ໂຕໂຍຕ້າພາກໃຕ້ ກໍ່ໄດ້ມີຈິດສັດທາຮ່ວມຖະຫວາຍສົມທົບເງິນ ເປັນຈຳນວນເງິນກວ່າ : 55,000,000 ກີບ, ນອກຈາກນີ້ໂຕໂຍຕ້າຍັງໄດ້ມອບເງິນເພື່ອເຮັດສູນອອກກຳລັງກາຍໃຫ້ໂຮງຮຽນວັດທະນາທຳຊົນເຜົ່າແລະເດັກກຳພ້າ ຫຼັກ67 ວັງວຽງ, ແຂວງວຽງຈັນເຊິ່ງເປັນໂຮງຮຽນທີ່ຢູ່ໃນການອຸປະຖຳຂອງສົມເດດພະເທບ ແລະ ສວນສຸກຂະພາບແຫ່ງນີ້ຍັງໄດ້ຮັບພະລາດຊະທານຊື່ຈາກພະເທບວ່າ: “ສວນສຸກຂະພາບມິ່ງມິດ” ມູນຄ່າ 100,000,000ກີບ ລວມແລ້ວ ມູນຄ່າທັງຫມົດ 155,375,000ກີບ ທ່ານ ປະກອນ ວົງວິທະຍາພິຣົມ ທີ່ປຶກສາບໍລິຫານ ບໍລິສັດໂຕໂຍຕ້າ ມໍເຕີ ປະເທດໄທ ຈຳກັດ ໄ���້ກ່າວໃນຕອນໜຶ່ງວ່າ “ປີນີ້ເປັນອີກປີທີ່ ໂຕໂຍຕ້າ ໄດ້ຮັບກຽດເຂົ���າຮ່ວມເປັນສ່ວນໜຶ່ງໃນການຕັ້ງກອງບຸນກະຖິ່ນສາມັກຄີໃນຄັ້ງນີ້ ເພື່ອປະຕິບັດຕາມປະເພນີທີ່ມີຢູ່ມາຍາວນານ ນອກຈາກນີ້ໂຕໂຍຕ້າກໍ່ພ້ອມທີ່ຈະສະໜັບສະໜູນ ແລະ ໃຫ້ຄວາມສຳຄັນ ກັບທຸກກິດຈະກຳທີມີປະໂຫຍດຕໍ່ສັງຄົມ ເສດຖະກິດ ແລະ ປະເພນີວັດທະນາທຳດີໆ ຂອງລາວໃນໂອກາດຕໍ່ໆໄປ”.