Toyota Mekong Club Championship 2016
21/09/2017Lanxang United FC ແຊມຈາກລາຍການລາວ ພີເມຍລີກ
ເປັນຕົວແທນ ສປປ ລາວ ຮ່ວມແຂ່ງຂັນ ໃນລາຍການ “ ໂຕໂຍຕ້າ ແມ່ຂອງ ຄັບ ແຊມປ້ຽນຊິບ 2016” 5 ປະເທດ ທີ່ເຂົ້າຮ່ວມຊິງຕໍ່າແໜ່ງແຊມ ໄດ້ແກ່ລາວ ກໍາປູເຈຍ ພະມ້າ ໄທ ແລະ ຫວຽດນາມ
5 ປະເທດ ທີ່ເຂົ້າຮ່ວມຊິງຕໍ່າແໜ່ງແຊມ ໄດ້ແກ່ລາວ ກໍາປູເຈຍ ພະມ້າ ໄທ ແລະ ຫວຽດນາມ
ໂຕໂຍຕ້າ ມໍເຕີ້ ປະເທດໄທ ມີຄວາມຍິນດີຂໍແຈ້ງໃຫ້ຊາບວ່າ Lanexang Untied FC ຈະເປັນຕົວແທນ ສປປ ລາວ ໃນການແຂ່ງຂັນເຕະບານໃນລາຍການ “ໂຕໂຍຕ້າ ແມ່ຂອງ ຄລັບ ແຊມປ້ຽນຊິບ 2016” ສືບເນື່ອງຈາກທີ່ສະໂມສອນດັ່ງກ່າວໄດ້ຕໍ່າແໜ່ງແຊມຈາກລາຍການລາວ ພີເມຍລີກ ເຊິ່ງມີທີມຊັ້ນນໍາເຂົ້າຮ່ວມແຂ່ງຂັນທັງໝົດ 14 ທີມ
ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ໄດ້ມອບເງິນສະໜັບສະໜູນ ຈໍານວນ 10.000.000 ກີບໃຫ້ກັບ Lanexang United FC ໃນຖານະທີ່ເປັນຕົວແທນຂອງປະເທດລາວ ເຂົ້າຮ່ວມໃນການແຂ່ງຂັນຊິງແຊ້ມ ໂຕໂຍຕ້າ ແມ່ຂອງ ຄລັບ ແຊມປ້ຽນຊິບ 2015.ແລະ ພິທີມອບຮັບດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2016
“ຂໍສະແດງຄວາມຍິນດີກັບ Lanexang United FC ໂຕໂຍຕ້າ ເຮົາຮູ້ສຶກຍິນດີເປັນຢ່າງຍິ່ງທີ່ Lao Toyota FC ໄດ້ເປັນໂຕແທນ ສປປ ລາວ ເຂົ້າຮ່ວມການແຂ່ງຂັນເຕະບານໃນລາຍການ ໂຕໂຍຕ້າ ແມ່ຂອງ ຄັບ ແຊມປ້ຽນຊິບ ໃນປີນີ້ ເ��ົາຫວັງຈະໄດ້ເຫັນຟອມການຫຼິ້ນທີ່ດີທີ່ສຸດ ໃນລາ��ການໂຕໂຍຕ້າ ແມ່ຂອງ ຄັບ ແຊມປ້ຽນຊິບ 2016” ທ່ານ ສະຫະຊາດ ກັງສະສິທຽມ, ຜູ້ອຳນວຍການປະຈຳ ຫ້ອງການຜູ້ຕາງຫນ້າ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ, ກ່າວ “ໂຕໂຍຕ້າໃຫ້ການສະໜັບສະໜູນແກ່ນັກກິລາເຫຼົ່ານີ້ ແລະ ມຸ່ງໝັ່ນທີ່ຈະອຸປະຖຳດູແລພວກເຂົາຜ່ານໂຄງການໂຕໂຍຕ້າ ແມ່ຂອງເຕະບານ ໂປເຈັກ (Toyota Mekong Football Project) ແລະ ໃນໂອກາດທີ່ປີນີ້ເປັນປີທີ 3 ຂອງການຈັດການແຂ່ງຂັນລາຍການໂຕໂຍຕ້າ ແມ່ຂອງ ຄັບ ແຊມປ້ຽນຊິບ ເຮົາຄາດຫວັງວ່າຈະມີຜູ້ເຂົ້າຊົມຈາກ ສປປ ລາວ ຫຼາຍຂຶ້ນ”
ການແຂ່ງຂັນຮອບທຳອິດຂອງ ໂຕໂຍຕ້າ ແມ່ຂອງ ຄລັບ ແຊ້ມປ້ຽນຊິບ 2016 ຈະຈັດຂຶ້ນໃນວັນອາທິດ ທີ 5 ພະຈິກ ທີ່ ສະໜາມກິລາເຈົ້າອະນຸວົງ, ນະຄອນຫຼວງວຽງຈັນ, ສປປ ລາວ. ໂດຍການແຂ່ງຂັນຄັ້ງນີ້ Lanexang United FC ຈະພົບທີມ SHB Da Nong FC ເຊິ່ງບັດເຂົ້າຊົມການແຂ່ງຂັນນັດນີ້ ສາມາດຕິດຕໍ່ຮັບໄດ້ທີ່ ຕົວແທນຈຳຫນ່າຍ ໂຕໂຍຕ້າ ຢ່າງເປັນທາງການທົ່ວປະເທດ ແລະ ທີ່ຫ້ອງການຜູ້ຕາງຫນ້າ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ຫລືທີ່ສະຫນາມກິລາດັ່ງກ່າວໃນມື້ແຂ່ງຂັນ.
ສໍາລັບ ນັດທີສອງໃນວັນທີ 27 ທັນວາ ນີ້ ລາວຈະພົບກັບມຽມມາ ທີ່ປະເທດມຽນມາ ຜູ້ຊະນະຈາກການແຂ່ງຂັນຮອບແລກຈະພົບກັບທີມຈາກກໍາປູເຈຍໃນຮອບຮອງຊະນະເລີດ ແລະ ຜູ້ຊະນະຈາກຮອບຮອງຊະນະເລີດພົບກັບທີມຈາກປະເທດໄທໃນນັດຊິງຊະນະເລີດ ເພື່ອຊິງຕຳແໜ່ງຜູ້ຊະນະລາຍການໂຕໂຍຕ້າ ແມ່ຂອງ ຄັບ ແຊມປ້ຽນຊິບ 2016 ເງິນລາງວັນທັງໝົດໃນລາຍການນີ້ສູງຖິງ 173,000 ໂດລາ
ວັດຖຸປະສົງການຈັດໂຄງການໂຕໂຍຕ້າ ແມ່ຂອງ ເຕະບານ ໂປເຈັກ
ໂຕໂຍຕ້າ ແມ່ຂອງ ຄັບ ແຊມປ້ຽນຊິບ ເປັນລາຍການແຂ່ງເຕະບານລະຫວ່າງປະເທດທີ່ຢູ່ໃນເຂດລຸ່ມແມ່ນໍ້າຂອງ ລິເລີ່ມຂຶ້ນໂດຍ ໂຕໂຍຕ້າ ມໍເຕີ້ ເອເຊຍ ປາຊີຟິກ (Toyota Motor Asia Pacific ຫຼື TMAP) ໃນປີ 2014 ພາຍໃຕ້ຊື່ໂຕໂຍຕ້າ ແມ່ຂອງເຕະບານ ໂປເຈັກ (Toyota Mekong Football Project) ໂຄງການດັ່ງກ່າວເກີດຂຶ້ນເພື່ອຮວບຮ່ວມຄວາມມັກໃນກິລາເຕະບານ ແລະ ພະລັງງານດີໆ ທີ່ແວດລ້ອມກິລາປະເພດນີ້ເຂົ້າກັບຄວາມຕັ້ງໃຈຈິງຂອງໂຕໂຍຕ້າໃນການນຳສະເໜີລົດທີ່ “ ດີຍິ່ງກວ່າ” (even better) ໃຫ້ກັບລູກຄ້າ ການນໍາສະເໜີທາງເລືອກທີ່ໝັ້ນຄົງ ແລະ ໜ້າຕື່ນເຕັ້ນໃຫ້ກັບທຸກປະເທດເປັນຄວາມຕັ້ງໃຈຫຼັກ ຂອງໂຕໂຍຕ້າ ມາໂດຍຕະຫຼອດ
ໃນປີນີ້ ເປົ້າໝາຍຂອງເຮົາຄືການເຮັດໄດ້ຫຼາຍກວ່າການນໍາສະເໜີລົດທີ່ດີກວ່າ ແລະ ມຸ່ງໝັ່ນສູ່ການເປັນ “ພາດເນີ້ທີ່ດີທີ່ສຸດ” (Best Partner) ໃຫ້ກັບຊຸມຊົນທ້ອງຖິ່ນໃນກຳປູເຈຍ ລາວ ພະມ້າ ໄທ ແລະ ຫວຽດນາມ ດ້ວຍການເຮັດໃຫ້ກິລາເຕະບານເປັນກິລາທີ່ເຂົ້າເຖິງໄດ້ງ່າຍສໍາລັບນັກເຕະບານ ແລະ ແຟນເຕະບານທຸກໄວ
ໂຕໂຍຕ້າໄດ້ລີເລີ່ມໂຄງການຕ່າງໆ ກວ່າ 200 ໂຄງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນທ້ອງຖິ່ນທັງໃນດ້ານການສຶກສາ ສິ່ງແວດລ້ອມ ຄວາມປອດໄພຕາມທ້ອງຖະໜົນ ສິນລະປະ ແລະ ວັດທະນະທຳ ການເບິ່ງແຍງສຸຂະພາບ ການໃຫ້ບໍລິການຊຸມຊົນ ແລະ ກິລາ ຕົວຢ່າງຂອງໂຄງການທີ່ລິເລີ່ມຂຶ້ນທົ່ວພູມມິພາກ ໄດ້ແກ່ໂຄງການໃຫ້ທຶນການສຶກສາແກ່ນັກຮຽນຕັ້ງແຕ່ລະດັບປະຖົມຈົນເຖິງມັດຖະຍົມປາຍ ໂຄງການຟື້ນຟູປ່າ ເຊິ່ງລວມໄປເຖິງການປູກຕົ້ນໄມ້ຈໍານວນ 3 ລ້ານຕົ້ນໃນພື້ນທີ່ການຜະລິດຂອງໂຕໂຍຕ້າ ພື້ນທີ່ປ່າ ແລະ ໃນສວນສາທາລະນະຕ່າງໆ ໃນສ່ວນຂອງປະເທດໄທ ແລະ ປະເທດຫວຽດນາມເຮົາມີໂຄງການໂຕໂຍຕ້າ ເຕະບານ ຄີນິກ ເຊິ່ງທີ່ຜ່ານມາມີເຍົາວະຊົນເຂົ້າຮ່ວມການຝຶກຝົນທັກສະຕ່າງໆ ໃນກິລາເຕະບານ ຈາກໂຄງການນີ້ຫຼາຍກວ່າ 4,000 ຄົນ ແລະ ນັກກິລາ ທີ່ໂດດເດັ່ນ ຈໍານວນກວ່າ 50 ຄົນ ໄດ້ຮັບໂອກາດໄປຮ່ວມແຂ່ງຂັນເຕະບານກັບທີມເຍົາວະຊົນແຫ່ງສະໂມສອນ ເຕະບານອາຊີບຂອງເຕະບານອາຊີບ ຂອງປະເທດຍີ່ປຸ່ນ
ຫາກຕ້ອງການຂໍ້ມູນເພີ່ມເຕີມ ກະລຸນາເຂົ້ນຊົມເວບໄຊຢ່າງເປັນທາງການຂອງໂຕໂຍຕ້າ ແມ່ຂອງ ເຕະບານ ຕາມທີ່ຢູ່ນີ້