ກຽມພົບກັບບູດຂອງໂຕໂຢຕ້າໃນງານ ບຸນມະໂຫລານຍີ່ປຸ່ນປະຈໍາປີ ທີ່ສູນການຄ້າການຄ້າສາກົນ (Naga mall) ພາຍໃນບູດຈະມີກິດຈະກໍາໃຫ້ລູກຄ້າໄດ້ຫຼິ້ນພ້ອມຮັບຂອງເເຈກຂອງເເຖມກັບບ້ານຢ່າງເເນ່ນອນ ບູດຂອງພວກເຮົາຈະເລີ່ມຕັ້ງເເຕ່ວັນທີ 31 ເດືອນ ມັງກອນ ຫາວັນທີ 2 ກຸມພາ 2020 ນີ້ ຢ່າລືມໄປເເວະຊົມບູດຂອງພວກເຮົາເດີ້. ເເຕ່ເທດສະການຍັງບໍ່ໝົດພຽງເທົ່ານີ້ ສາມາດຕິດຕາມ ເເລະ ຮັບຊົມເທດສະການບຸນມະໂຫລານຍີ່ປຸ່ນປະຈໍາປີ 2020 ໄດ້ກັບພວກເຮົາ
- ວັນທີ 31 ມັງກອນ 2020 ເລີ່ມເປີດພິທີ ທີ່ສູນການຄ້າສາກົນ.
- ວັນທີ 1-2 ກຸມພາ Matsuri (ການສະເເດງ ເເລະ ການເປີດຫ້ອງວາງສະເເດງ) ທີ່ສູນການຄ້າສາກົນ.
- ວັນທີ 6-8 ກຸມພາ ງານວາງສະເເດງສິນຄ້າຍີ່ປຸ່ນ ທີ່ສູນການຄ້າວຽງຈັນເຊັນເຕີ.
- ວັນທີ 8 ກຸມພາ ການສະເເດງສິລະປະປ້ອງກັນໂຕຍີ່ປຸ່ນ ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ.
- ວັນທີ 8-9 ກຸມພາ ເເລະ ວັນທີ 14-16 ກຸມພາ ເທດສະການຮູບເງົາຍີ່ປຸ່ນ ທີ່ສູນການຄ້າວຽງຈັນເຊັນເຕີ.
ຮັບຊົມເທດສະການບຸນມະໂຫລານຍີ່ປຸ່ນໃຫ້ຈຸໃຈກັນໄປເລີຍ ຢ່າລືມໄປທ່ຽວຊົມກັນເດີ້.