ໂຕໂຍຕ້າຄາລາວານ
21/03/2017ຄາລາວານ “ Toyota Always With You” ພິສູດປະສິດທິພາບຂອງ Hilux Revo ເດີນທາງຜ່ານ 5 ປະເທດ ໄດ້ແກ່ປະເທດໄທ, ມຽນມາ, ກຳປູເຈຍ, ຫວຽດນາມ ແລະ ລາວ. ເປັນໄລຍະທາງທັງໝົດ 9,262 ກມ.
ຄະນະຄາລາວານ ເລີ່ມເດີນທາງຕັ້ງແຕ່ວັນທີ 1 ກຸມພາ 2017 ທີ່ປະເທດໄທ ເດີນທາງຂື້ນທາງເໜືອຜ່ານແມ່ສອດ ເຂົ້າສູ່ຢາງກຸ້ງ ປະເທດມຽນມາ ຈາກນັ້ນກັບເຂົ້າສູ່ປະເທດໄທອີກຄັ້ງ ເພື່ອເດີນທາງໄປຕໍ່ທີ່ສຽມລຽບ ພະນົມເປັນ ປະເທດກຳປູເຈຍ ແລະ ເມື່ອອາທິດທີ່ຜ່ານມາ ຄະນະຄາລາວານໃຊ້ເວລາເດີນທາງຈາກ ໂຮຈີມິນເຖິງຮ່າໂນຍ ເປັນເວລາ 8 ວັນ ແລະ ໄດ້ເຂົ້າສູ່ແຂວງ ອຸດົມໄຊ, ແຂວງຫຼວງພະບາງ ໃນວັນທີ 14 ມີນາ 2017 ເດີນທາງທ່ຽວຊົມທິວທັດ ແລະ ຄວາມສວຍງາມຂອງເມືອງມໍລະດົກໂລກ ແລະ ເຖິງນະຄອນຫຼວງວຽງຈັນ ວັນທີ 16 ມີນາ 2017 ທີ່ຜ່ານມາ, ເຊິ່ງໄດ້ຮັບການຕ້ອນຮັບຈາກຜູ້ບໍລິຫານ ແລະ ທີມງານບໍລິສັດ ໂຕໂຍຕ້າ ຢ່າງເປັນທາງການໃນ ສປປ.ລາວ ແລະ ສື່ມວນຊົນຢ່າງອົບອຸ່ນ ບໍລິເວນເດີ່ນໜ້າພະທາດຫຼວງ ນະຄອນຫຼວງວຽງຈັນ.
ຈາກການເດີນທາງກວ່າ 45 ວັນ ຜ່ານ 5 ປະເທດ ສາມາດເປັນເຄື່ອງພິສູດໃຈໄດ້ວ່າ Hilux Revo ນັ້ນມີຄວາມສາມາດທີ່ດີທີ່ສຸດ ສາມາດໃຊ້ງານໄດ້ດີໃນທຸກສະພາບຖະໜົນ ທ່ານສາມາດສຳພັດປະສົບການ ການຂັບຂີ່ໄດ້ດ້ວຍຕົວທ່ານເອງທີ່ຕົວແທນຈຳໜ່າຍໂຕໂຍຕ້າຢ່າງເປັນທາງການທົ່ວປະເທດ ແລະ ສຳພັດປະສົບການ ການເນທາງຄັ້ງນີ້ໄດ້ດ້ວຍຕົວທ່ານເອງທີ່ https: //www.facebook.com/toyotaalwayswithyou/ ແລະ www.toyota.com.la